ອົງປະກອບທີ 2: ການຄົ້ນຄວ້າກ່ຽວກັບລະບາດວິທະຍາ

ບັນດານັກຄົ້ນຄວ້າທີ່ມີສ່ວນຮ່ວມໃນການສືກສານີ້ແມ່ນ: Dr Farid BOUMEDIENE PhD  ຈາກສະຖາບັນລະບາດວິທະຍາ ແລະ ປະສາດວິທະຍາເຂດ ຮ້ອນ (IENT), UMRS 1094 NET, ມະຫາວິທະຍາໄລ Limoges, ປະເທດຝຣັ່ງ.  Dr Phimpha Paboriboune MD - MSc - ສູນຕິດເຊື້ອ Christophe Mérieux, Lao PDR (CICML), Vientiane , Lao PDR.  ທ່ານດຣ. Angkhana LASAPHONH MD - MSCຫົວຫນ້າການຝຶກອົບຮົມ IFMT ແລະ ການໃຫ້ຄໍາປຶກສາສໍາລັບຜູ້ທີ່ຕິດເຊື້ອເຮສໄອວີ - ໂຮງຫມໍແຂວງ ສະຫວັນະເຂດ.  ທ່ານດຣ Jean- François FAUCHER MD - ຈາກສະຖາບັນລະບາດວິທະຍາ ແລະ ປະສາດວິທະຍາເຂດ ຮ້ອນ (IENT), UMRS 1094 NET, ມະຫາວິທະຍາໄລ Limoges, ປະເທດຝຣັ່ງ.

ເປົ້າໝາຍຫລັກຂອງພວກເຂົາເຈົາ ແມ່ນເພື່ອກຳນົດລັກສະນະສະເພາະຂອງຜູ້ທີ່ເຄື່ອນຍ້າຍ ທີ່ເປັນຜູ້ຕິດເຊື້ອເຮສໄອວີ ທຽບກັບ ຜູ້ຕິດເຊື້ອເຮສໄອວີທີ່ບໍ່ເຄື່ອນຍ້າຍ. ຈຸດປະສົງສະເພາະແມ່ນເພື່ອ : 1) ອະທິບາຍ ແລະ ກຳນົດປະລິມານການເຄື່ອນຍ້າຍຂອງຜູ້ຕິດເຊື້ອເຮສໄອວີ : ມາຈາກການເຄື່ອນຍ້າຍລະຫວ່າງ ປະເທດ, ພາຍໃນປະເທດ ແລະ ໄປແລະກັບ, 2) ຈຳແນກຕົວກຳນົດ (ເພດ, ການລັງກຽດ, ປະຊາກອນດ້ານສັງຄົມ, ຄຸນນະພາບຂອງຊີວິດ, ຄຸນນະພາບຂອງການດູແລ…) ທີ່ປະກອບສ່ວນໃນສາມປະເພດຂອງການເຄື່ອນຍ້າຍໃນຜູ້ທີ່ຕິດເຊື້ອເຮສໄອວີ, 3) ວິເຄາະວິທີການ ຂອງການເຄື່ອນຍ້າຍ ຫລື ການເຄື່ອນທີ່ ພາຍໃນປະເທດ ແລະ ລະຫວ່າງ ປະເທດ ທີ່ອາດເພີ້ມຄວາມສ່ຽງການຕິດເຊື້ອເຮສໄອວີ, ພ້ອມທັງວິເຄາະວ່າພວກເຂົາເຈົ້າຊອກ ຫາວິທີການປິ່ນປົວທີ່ເໝາະສົມແນວໃດຕໍ່ກັບໂລກເອດ.

Gallery

Videos